1. ກາເຟ ແລະ ປະເພນີ

    ດິນເພາະປູກຂອງປະເທດລາວແມ່ນມີຄຸນນະພາບສູງ ເໝາະແກ່ການປູກກາແຟໃຫ້ໄດ້ຄຸນນະພາບ ເຊິ່ງໄດ້ຖືກບັນທຶກໄວ້ຕັ້ງແຕ່ຕົ້ນສັດຕະວັດທີ 20 ໃນສະໄໝຝຣັ່ງເຂົ້າມາສຳຫຼວດ. ດ້ວຍເອກະລັກຂອງພູພຽງບໍລະເວນເຊິ່ງປະກອບໄປດ້ວຍດິນພູເຂົາໄຟ ແລະ ຢູ່ໃນລະດັບສູງ ເຊິ່ງເປັນສະຖານທີ່ທີ່ນິຍົມປູກກາເຟລາວ. ທຸກມື້ນີ້ກາແຟລາວຖືວ່າເປັນທີ່ນິຍົມ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກຄົນຮັກກາແຟໃນທົ່ວໂລກ.

  2. ແບຣນກາເຟ Miracle​lao Coffee

    ເປັນແບຣນກາເຟລາວ ທີ່ປ່ຽມໄປດ້ວຍຄຸນນະພາບ ທີ່ມີເອກກະລັກ ໃຫ້ໄດ້ອອກໄປສູ່ສາຍຕາໂລກ ຮັບຮູ້ວ່າແຜ່ນດິນພູພຽງບໍລະເວນຄືດິນພູໄຟເກົ່າ ທີ່ອຸດົມໄປດ້ວຍແຮ່ທາດຕ່າງໆ ເປັນອາຫານຊັ້ນເລີດຂອງຕົ້ນກາເຟ,ພື້ນທີ່ຄວາມສູງ ອາກາດເຢັນພໍດີ ການປູກໂດຍທຳມະຊາດ ນຳມາເຊິ່ງເມັດກາເຟທີ່ສະອາດ ກິ່ນຫອມ ລົດຊາດທີ່ລົງໂຕໂດຍບໍ່ຈໍາເປັນຕ້ອງມີການເຕີມແຕ່ງໃດໆ

  3. ຄວາມພູມ ຂອງຊາວສ່ວນກາເຟ

    ຊາວສວນຜູ້ປູກກາເຟ ຍຶດຖືອາຊີບນີ້ມາຈາກບັນພະບຸລູດມາດົນນານເກືອບຮ້ອຍປີ, ປະກອບສ່ວນສ້າງເສດຖະກິດ ສົງຄົມລາວ ໃຫ້ກ້າວຫນ້າ ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພ້ອມປະກອບພັນທະຕໍ່ພັກລັດ.
    ສ້າງລາຍໄດ້ທີ່ຫມັ້ນຄົງໃຫ້ແກ່ພະນັກງານ ກຳມະກອນແລະສັງຄົມໂດຍລວມ

  4. ການຍອມຮັບລະດັບນານາຊາດ (ໃບຮັງຮອງ ແລະ ມາດຕະຖານ)

    ຄວບຄຸມດູແລຂັ້ນຕອນການເກັບກ່ຽວ ຈົນເຖິງການຕາກແຫ້ງແລະມາດຕະຖານການເກັບຮັກສາເປັນຕົ້ນ ເພື່ອຄົງຄຸນນະພາບຂອງເມັດກາເຟ.

    ມີໂຮງຂົ້ວເມັດກາເຟທີ່ໄດ້ມາດຕະຖານ GMP ແລະ ISO22000 ໃຊ້ເຄື່ອງຂົ້ວທີ່ດີລະດັບຕົ້ນໆຂອງໂລກ ຍີ່ຫໍ້ LORING ຈາກອາເມຣິກາ

ກາເຟຂົ້ວ

ROBUSTA

ກາເຟກາງ ຫລື ROBUSTA

ມີລົດຊາດປຸກເຂັ້ມຂຸ້ນຂອງກາເຟ ຫລືຄາເຟອິນສູງ ,ຫອມແລະມີລົດສົ້ມພໍປະມານ
ຢູ່ໃນອາກາດຊຸ່ມຊື້ນ ບໍ່ເຢັນຫລາຍ ສາມາດປູກໃນຄວາມສູງປະມານ 500-800ແມັດ
ນິຍົມເອົາມາແປຮູບເປັນຫົວເຊື້ອກາເຟ,ແປເປັນກາເຟສຳເລັດຮູບຕ່າງໆເຊ່ນ 3 ອິນ 1 ເປັນຕົ້ນ

ARABICA CATIMOR

ກາເຟນ້ອຍ ຫລື ARABICA CATIMOR

ມີລົດຊາດນຸ້ມນວນ ຫອມຫວານ ມີລົດສົ້ມພໍດີ ຄາເຟອິນຕ່ຳ
ຢູ່ໃນອາກາດເຢັນ ສາມາດປູກໃນຄວາມສູງປະມານ 1000-1300 ແມັດ
ນິຍົມເອົາມາຂົ້ວແລ້ວຊົງເປັນກາເຟສົດທົ່ວໄປ

ກາເຟນ້ອຍບູຮານ ຫລື ARABICA TYPICA

ກາເຟນ້ອຍບູຮານ ຫລື ARABICA TYPICA

ມີລົດຊາດຫອມແຮງ ລົດສົ້ມຂອງຫມາກໄມ້ຫລາຍຊະນິດ ລົດຊາດນຸ້ມນວນ ມີຄາເຟອິນຕ່ຳ
ນິຍົມເອົາມາຂົ້ວເປັນກາເຟພິເສດ ຊົງດື່ມແບບກາເຟສົດ

ປະຊາສຳພັນ

ຕິດຕໍ່ເຮົາ
ຫຼື ສົ່ງຄຳຕິຊົມ

    loLA